ສະຫະກອນສົ່ງເສີມກະສິກຳເມືອງຫົງສາ

ບໍລິສັດ ໄຟຟ້າຫົງສາ ຈໍາກັດ ມອບເຄື່ອງຜະລິດນໍ້າດື່ມໃຫ້ກັບສະຫະກອນ ສົ່ງເສີມກະສີກໍາ ເມືອງຫົງສາ ເພື່ອນໍາໄປຜະລິດນໍ້າດື່ມຕອບສະໜອງໃຫ້ການບໍລິການຂອງສະຫະກອນໃຫ້ຫຼາກຫຼາຍຂື້ນຕື່ມ

 

ບໍລິສັດ ໄຟຟ້າຫົງສາ ຈໍາກັດ ມອບເຄື່ອງຜະລິດນໍ້າດື່ມໃຫ້ກັບສະຫະກອນ ສົ່ງເສີມກະສີກໍາ ເມືອງຫົງສາ ເພື່ອນໍາໄປຜະລິດນໍ້າດື່ມຕອບສະໜອງໃຫ້ການບໍລິການຂອງສະຫະກອນໃຫ້ຫຼາກຫຼາຍຂື້ນຕື່ມ

ບໍລິ​ສັດ​​​​ ໄຟຟ້າຫົງ​ສາ ຈໍາກັດ ມອບ​ເຄື່ອງ​ຜະລິດ​ນໍ້າດື່ມໃຫ້​ກັບສະຫະກອນ ສົ່ງ​ເສີມ​ກະ​ສີກໍາ ​ເມືອງ​ຫົງ​ສາ​ ເພື່ອ​ນໍາ​​​ໄປ​ຜະລິດນໍ້າດື່ມ​ຕອບ​ສະໜອງ​ໃຫ້ການບໍລິການຂອງສະຫະກອນໃຫ້ຫຼາກ​ຫຼາຍ​ຂື້ນ​ຕື່ມ.

ອຸປະກອນເຄື່ອງ​ຜະລິດ​ນໍ້າດື່ມທີ່​ນໍາ​ມາ​ມອບກັບສະຫະກອນສົ່ງ​ເສີມ​ກະ​ສີກໍາ ​ເມືອງ​ຫົງ​ສານີ້ ມີ​ມູນ​ຄ່າ 138,000 ບາດ​.

​ພິທີ​ມອບ​-ຮັບອຸປະກອນດັ່ງກ່າວ​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 26 ສິງ​ຫາ 2019 ​ທີ່ເມືອງ​ຫົງ​ສາ ໃຫ້​ກຽດ​ມອບໂດຍ​ ທ່ານ ຄະທາ​ຢຸດ ຊູ​ພູນ ຜູ້​ອໍານວຍ​ການ​ໃຫ່ຍ ບໍລິ​ສັດ​​ໄຟຟ້າຫົງ​ສາ ຈໍາກັດ ​ແລະ​ ຕາງໜ້າ​ກ່າວຮັບ​ໂດຍ​ ທ່ານ ທອງ ສິມ​ມາ​ທອງ ປະທານສະຫະກອນສົ່ງ​ເສີມ​ກະ​ສີກໍາ ​ເມືອງ​ຫົງ​ສາ ​ແລະ ​ໃຫ້​ກຽດ​ເຂົ້າ​ຮ່ວມພິທີ​ມອບ-​ຮັບ ມີ​ທ່ານ ລິ​ຄິດ ພົງ​ພະ​ຫງັນ ທີ່​ປືກສາຜູ້​ອໍານວຍ​ການ​ໃຫ່ຍ ບໍລິ​ສັດ​​ໄຟຟ້າຫົງ​ສາ ຈໍາກັດ ​ຝ່າຍ​ພັດທະນາ​ສັງ​ສົມ ​ແລະ ທ່ານ ສົມ​ມີ ​ໄຊ​ຍະ​ລາດ ຫົວໜ້າ​ໜ່ວຍ​ງານຍົກຍ້າຍ​ຈັດ​ສັນ ​ແລະ​​ຟື້ນ​ຟູ​ອາ​ຊີບ ພ້ອມ​ດ້ວຍ​ພະນັກງານ​ທີ່​ກ່ຽວ​ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.  

ສະຫະກອນ ສົ່ງ​ເສີມ​ກະ​ສີກໍາ ​ເມືອງ​ຫົງ​ສາ​ ໃດ້ຮັບການສ້າງຕັ້ງຂື້ນເພື່ອຈັດຫາວິຊາຊີບ, ວຽກເຮັດງານທໍາ ແລະ ສ້າງລາຍຮັບ ໃຫ້ກັບປະຊາຊົນຊາວເມືອງຫົງສາ ໂດຍສະເພາະແມ່ນປະຊາຊົນທີ່ໄດ້ຖືກຍົກຍ້າຍອອກຈາກພື້ນທີ່ຂອງໂຄງການໄຟຟ້າຫົງ​ສາ ໂດຍການປະສານສົມທົບ, ອຸ້ມຊູຊ່ວຍເຫຼືອລະຫວ່າງເຈົ້າໜ້າທີ່ ໜວ່ຍງານທີ່ກ່ຽວຂອ້ງພາຍໃນເມືອງຫົງສາ ແລະ ​ໜວ່ຍງານ​ພັດທະນາ​ສັງ​ສົມ ບໍລິ​ສັດ​​​​ ໄຟຟ້າຫົງ​ສາ ຈໍາກັດ.

Post a Comment (0)
Previous Post Next Post
ສະຫະກອນສົ່ງເສີມກະສິກຳເມືອງຫົງສາ
ສະຫະກອນສົ່ງເສີມກະສິກຳເມືອງຫົງສາ
ສະຫະກອນສົ່ງເສີມກະສິກຳເມືອງຫົງສາ