ສະຫະກອນສົ່ງເສີມກະສິກຳເມືອງຫົງສາ

ກິດຈະກຳປູກໝາກເຜັດເປັນກິດຈະກຳໜຶ່ງທີ່ສຳຄັນ ແລະ ເປັນທີ່ຕ້ອງການຂອງຕະຫຼາດໃນຈຳນວນຫຼາຍ ທີ່ສະຫະກອນເລືອກທີ່ຈະສົ່ງເສີມໃຫ້ສະມາຊິກສະຫະກອນປູກ ເພືອສະໜອງໃຫ້ສະກອນ

 

ກິດຈະກຳປູກໝາກເຜັດເປັນກິດຈະກຳໜຶ່ງທີ່ສຳຄັນ ແລະ ເປັນທີ່ຕ້ອງການຂອງຕະຫຼາດໃນຈຳນວນຫຼາຍ ທີ່ສະຫະກອນເລືອກທີ່ຈະສົ່ງເສີມໃຫ້ສະມາຊິກສະຫະກອນປູກ ເພືອສະໜອງໃຫ້ສະກອນ 

ກິດຈະກຳປູກໝາກເຜັດເປັນກິດຈະກຳໜຶ່ງທີ່ສຳຄັນ ແລະ ເປັນທີ່ຕ້ອງການຂອງຕະຫຼາດໃນຈຳນວນຫຼາຍ ທີ່ສະຫະກອນເລືອກທີ່ຈະສົ່ງເສີມໃຫ້ສະມາຊິກສະຫະກອນປູກ ເພືອສະໜອງໃຫ້ສະກອນ ເຊິ່ງສົກປີ 2023 - 2024 ນີ້ພວກເຮົາມີ ສະມາຊິກປູກໝາກເຜັດຈິນດາສະເພາະພາຍໃນເມືອງຫົງສາທັງໝົດ ຈຳນວນ 14 ຄອບຄົບຄື: ບ້ານນາແກ່ນຄຳ 2 ຄອບຄົວ, ບ້ານ ສີມຸງຄຸນຈຳນວນ 8 ຄອບຄົວ ແລະ ບ້ານ ໂພນຈັນ ຈຳນວນ 4 ຄອບຄົວ ແລະ ໃຊ້ເນື້້ອທີ່ປູກຈຳນວນ 8 ໄລ່.

 ພາຍຫຼັງຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບ ອອກຈາກພື້ນທີ່ສຳປະທານໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ຈຳນວນ 450 ຄອບຄົວ ໄປຢູ່ເຂດຈັດສັນໃໝ່( ບ້ານນາແກ່ນຄໍາ ) ໃນປີ 2012 ໂດຍ ບໍລິສັດໄຟຟ້າຫົງສາ ຈໍາກັດ ມີພັນທະໃນການສົ່ງເສີມ ແລະ ພັດທະນາອາຊີບຜູ້ໄດ້ຮັບຜົນກະທົບໃຫ້ບັນລຸລາຍຮັບ 150 ສ່ວນຮ້ອຍ(%)ພາຍໃນ10ປີຫຼັງການຍົກຍ້າຍ ທຽບໃສ່ຖານຂໍ້ມູນກ່ອນການຍົກຍ້າຍຈັດສັນດິນທຳການຜະລິດ 2 ເຮັກຕາ ຕໍ່ຄອບຄົວ. ສ້າງສູນຮຽນຮູ້ເຕັກນິກກະສິກຳນາປຸ່ງ.

        ນັບແຕ່ປີ 2012 – 2014 ພະແນກພັດທະນາສັງຄົມ ຂອງບໍລິສັດໄຟຟ້າຫົງສາ ຈຳກັດ ໄດ້ສົ່ງເສີມອາຊີບທີ່ຫຼາກຫຼາຍໃຫ້ແກ່ຜູ້ໄດ້ຮັບຜົນກະທົບທັງພາກກະສິກຳນອກພາກກະສິກຳ ເຊັ່ນການປູກ,ການລ້ຽງຫັດຖະກຳຈັກສານ-ຕໍ່າແຜ່ນຕັດຫຍິບຂັບລົດ(ແມ່ຍິງ)ຊ່າງໄຟຟ້າ ແລະ ອື່ນໆ.

        ຕົ້ນປີ 2015 ໄດ້ຮ່ວມມືກັບກົມສົ່ງເສີມ ກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້ໃນການຈັດຕັ້ງເປັນກຸ່ມເຊີ່ງສາມາດຈັດຕັ້ງໄດ້ ຈຳນວນ 10 ກຸ່ມ ແຕ່ລະກຸ່ມມີການບໍລິຫານຈັດການເປັນຂອງຕົນເອງທາງດ້ານທຶນການຜະລິດ ແລະ ການຕະຫຼາດ. ຜ່ານການຈັດຕັ້ງປະຕິບັດຕົວຈິງແມ່ນມີຄວາມຫຍຸ້ງຍາກໃນການຄຸ້ມຄອງ ແລະ ການສະໜັບສະໜູນຈາກບໍລິສັດ ໄຟຟ້າຫົງສາ ຈຳກັດ ຈິ່ງໄດ້ມີການສຶກສາຮູບແບບສະຫະກອນ ເພື່ອລວມກຸ່ມເຂົ້າກັນ ໃຫ້ມີລະບົບຄຸ້ມຄອງ ບໍລິຫານລວມສູນ ປະຊາທິປະໄຕ ບໍລິສັດ ຈິ່ງໄດ້ຮ່ວມກັບພາກລັດຂັ້ນເມືອງ,ຂັ້ນແຂວງ ແລະ ກົມສົ່ງເສີມກະສິກຳ ແລະ ສະ ຫະກອນ ພັດທະນາຮູບແບບຈາກການຄຸ້ມຄອງບໍລິຫານແບບກຸ່ມສູ່ການຄຸ້ມຄອງບໍລິຫານແບບສະຫະກອນ ນັບແຕ່ກາງປີ 2015 ເປັນຕົ້ນມາ.

         After relocating the affected people from the concession area of ​​the Hongsa Thermal Power Project in the amount of 450 families to the new allocation area (NakaenKham Village) in 2012 by the Hongsa Power Company Limited with the obligation to promote and develop the profession of the affected people to achieve 150 percent ( %) income within 10 years after the relocation compared to the database before the relocation , allocating 2 hectares of productive land per family. Create a center to learn agricultural techniques.

        From 2012 - 2014, the Social Development Department of Hongsa Power Co., Ltd. has promoted a variety of occupations for those affected in both the agricultural and non-agricultural sectors, such as planting , raising , handicrafts , sewing , driving (women) , electricians, etc.

        At the beginning of 2015, cooperated with the Department of Agricultural Promotion and Cooperatives, Ministry of Agriculture and Forestry to organize 10 groups. Each group has its own administration in terms of capital , production and marketing. Through the actual implementation, it is difficult to manage and support from Hongsa Electric Co., Ltd., so there has been a study of the cooperative model to unite the groups together to have a centralized and democratic management system. The company has joined with the public sector at the district , provincial and cooperative agriculture promotion departments to develop a model from group management to cooperative management from the middle of 2015 onwards.








Post a Comment (0)
Previous Post Next Post
ສະຫະກອນສົ່ງເສີມກະສິກຳເມືອງຫົງສາ
ສະຫະກອນສົ່ງເສີມກະສິກຳເມືອງຫົງສາ
ສະຫະກອນສົ່ງເສີມກະສິກຳເມືອງຫົງສາ