ກ່ຽວກັບພວກເຮົາ

 



   ສະຫະກອນ ສົ່ງເສີມກະສິກຳ ເມືອງຫົງສາ ແມ່ນອົງກອນຈັດຕັ້ງລວມໝູ່ໄດ້ຮັບອະນຸຍາດສ້າງຕັ້ງຂຶ້ນໃນປີ 2018 ຕາມດຳລັດ ວ່າດ້ວຍສະຫະກອນ ສະບັບເລກທີ 136/ນຍ,ລົງວັນທີ 05.03.2010ໂດຍການເຕົ້າໂຮມເອົາ 10 ກຸ່ມອາຊີບມາຈັດຕັ້ງເປັນສະຫະກອນ ແລະ ຕັ້ງຊື່ວ່າ ສະຫະກອນ ສົ່ງເສີມກະສິກຳ ເມືອງຫົງສາ ໃນນີ້ມີກຸ່ມຜະລິດກະສິກຳ 3 ກຸ່ມ, ກຸ່ມປຸງແຕ່ງຜົນຜະລິດກະສິກໍາ 2 ກຸ່ມ, ຕັດຫຍິບ 1 ກຸ່ມ, ລ້ຽງສັດ 2 ກຸ່ມ,  ຫັດຖະກໍາຈັກສານ 1 ກຸ່ມ ແລະ ຮວບຮວມຜົນຜະລິດ 1 ກຸ່ມ,ປັດຈຸບັນມີສະມາຊິກທັງໝົດ 137 ຄອບຄົວ. ມີລະບົບການຄຸ້ມຄອງຕົນເອງ, ສະມາຊິກຈະຕ້ອງມີຮຸ້ນໃນສະຫະກອນຢ່າງໜ້ອຍ 1 ຮຸ້ນແລະຜູ້ຖືຮຸ້ນເປັນເຈົ້າຂອງສະຫະກອນ, ມີທືນຈັດທະບຽບທັໝົດ 200,000,000 ກີບ

    • ລະບົບຄຸ້ມຄອງ ແລະ ການບໍລິຫານສະຫະກອນປະກອບມີ ຄະນະກຳມະການບໍລິຫານ 10 ທ່ານຄື: ຄະນະບໍລິຫານ 7 ທ່ານ ແລະ ຄະນະກວດກາ 3 ທ່ານເອີ້ນວ່າຝ່າຍບໍລິຫານ.ແລະມີຝ່າຍຈັດການທີ່ສະຫະກອນຈັດຈ້າງມາເພື່ອບໍລິຫານຈັດການສະຫະກອນຕາມນະໂຍບາຍທີ່ກຳນົດໄວ້.
    • ການດຳເນີນທຸລະກິດຂອງສະຫະກອນປະກອບມີ:

        1. ຣວບຣວມຜົນຜະລິດຈາກສະມາຊິກ ມາບໍລິຫານຈັດການ

        2. ຮ້ານຄ້າສະຫະກອນ

        3. ນໍ້າດື່ມ ແລະ ບໍລິການໃຫ້ເຊົ່າເຕັ້ນ

            Hongsa District Agricultural Promotion Cooperative is a collective organization authorized to be established in 2018 according to the Decree on Cooperatives No. 136/Nya dated 05.03.2010 by bringing together 10 occupational groups to form a cooperative and called that Hongsa District Agricultural Promotion Cooperative. There are 3 agricultural production groups, agricultural production groups 1 sewing group , and 2 animal husbandry groups; group of courts crafting and 1 collection of products currently there are 137 members Family. There is a self-management system members must have at least 1 share in the cooperative and the shareholder is the owner of the cooperative,  with a total of 200,000,000 kip.

        The management and administration system of the cooperative includes 10 members of the management committee : 7 members of the management committee and 3 members of the inspection committee called the management side .

                the business operations of the cooperative include:

      1. 1. Summarize agricultural products from members to management
      2. 2. Cooperative stores
      3. 3. Drinking water and  rental services



Post a Comment (0)